View Categories

ການດັດແກ້ຂໍ້ມູນຕົວ ແລະ ປ່ຽນລະຫັດຜ່ານ ດ້ວຍເວັບເມວ

ການດັດແກ້ຂໍ້ມູນສ່ວນຕົວ #

ໃນການດັດແກ້ຂໍ້ມູນສ່ວນຕົວຜ່ານເວັບເມວ ສາມາດເຮັດໄດ້ໂດຍເຂົ້າໄປທີ່ການຕັ້ງຄ່າ (ຕາມຮູບພາບດ້ານລຸ່ມ)

ຜູ້ໃຊ້ສາມາດດັດແກ້ຂໍ້ມູນສ່ວນຕົວໃນຫນ້າຕັ້ງຄ່ານີ້ໂດຍຈະປະກອບມີຂໍ້ມູນທີ່ສາມາດດັດແກ້ໄດ້ດັ່ງນີ້:

  • ການຕັ້ງຄ່າທົ່ວໄປ
  • ປະຕິທິນ
  • ລາຍຊື່ຜູ້ຕິດຕໍ່
  • ລະບົບຈົດຫມາຍ

ການປ່ຽນລະຫັດຜ່ານ #

ໃນການປ່ຽນລະຫັດຜ່ານ ຫລັງຈາກຜູ້ໃຊ້ເຂົ້າມາໃນຫນ້າຕັ້ງຄ່າແລ້ວໃຫ້ໄປທີ່ຫມວດ ການຕັ້ງຄ່າທົ່ວໄປ ແລະ ທາງຫນ້າຕາງດ້ານຂວາຈະປະກົດຫນ້າການ ຕັ້ງຄ່າທົ່ວໄປ ແລະ ການຕັ້ງຄ່າລະຫັດຜ່ານ ຕາມຂັ້ນຕອນດັ່ງນີ້:

  1. ໄປທີ່ General ທີ່ແທັບທາງດ້ານຊ້າຍມື
  2. ໄປທີ່ແທັບ Password
  3. Current password ໃຫ້ຜູ້ໃຊ້ປ້ອນລະຫັດຜ່ານປະຈຸບັນທີ່ໃຊ້ເຂົ້າສູ່ລະບົບ
  4. New password ໃສ່ລະຫັດຜ່ານໃຫມ່ຂອງຜູ້ໃຊ້ (ລະຫັດຜາຍຈຳເປັນຕ້ອງມີ ຕົວອັກສອນພາສາອັງກິດທີ່ເປັນຕົວພິ່ມໃຫຍ່-ພິ່ມນ້ອຍ, ຕົວເລກ ແລະ ເຄື່ອງໝາຍ Symbol ເຊັນ: !@#$%^&*() ເປັນຕົ້ນ
  5. Confirmation ຢື່ນຢັນລະຫັດອີກຄັ້ງ
  6. Change ເພື່ອປ່ຽນລະຫັດຜ່ານ

ສຳເລັດການປຽນລະຫັດຜ່ານ

Scroll to Top